ບໍລິການບັດ Government Card

ຄຸນລັກສະນະ

  • ແມ່ນບັດທີ່ອອກໃຫ້ພົນລະເມືອງລາວຜູ້ຖືກຮັບບັນຈຸໃຫ້ເຮັດວຽກ, ເລືອກຕັ້ງ ຫຼື ແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃດໜຶ່ງ ໃນອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖິ່ນ.
  • ບັດພະນັກງານ-ລັດຖະກອນເປັນບັດທີ່ມີ 3 ຄຸນລັກສະນະໃນບັດດຽວຄື:
  • ໃຊ້ເຂົ້າໃນວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ແລະ ເປັນບັດຢັ້ງຢືນການເປັນພະນັກງານ-ລັດຖະກອນ.
  • ໃຊ້ເປັນບັດເອທີເອັມ (ATM) ເພື່ອເບີກຈ່າຍເງິນເດືອນ.
  • ໃຊ້ເປັນບັດປະກັນສັງຄົມ.

ຜົນປະໂຫຍດທີ່ໄດ້ຮັບ

  • ເປັນບັດຢັ້ງຢືນຕົວຕົນການເປັນພະນັກງານ-ລັດຖະກອນ ແລະ ໃຊ້ເປັນບ່ອນອີງໃນວຽກຄຸ້ມຄອງລັດຖະກອນ;
  • ສາມາດຖອນເງິນສົດ, ສະດວກ, ວ່ອງໄວ ຈາກຕູ້ເອທີເອັມຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທຸກຈຸດທົ່ວປະເທດ ທີ່ຕັ້ງຢູ່ໃກ້ທ່ານຕະຫຼອດ 24 ຊົ່ວໂມງ;
  • ສາມາດໃຊ້ເປັນບັດປະກັນສັງຄົມ ເພື່ອປິ່ນປົວສຸຂະພາບ;
  • ບັດລັດຖະກອນສາມາດເອົາເຂົ້າ BCEL One ເພື່ອຄວາມສະດວກສະບາຍໃຊ້ໃນການໂອນເງິນ, ຊຳລະຄ່ານ້ຳ, ຄ່າໄຟຟ້າ, ຄ່າໂທລະສັບ ແລະ ການບໍລິການອື່ນໆ;
  • ສາມາດໃຊ້ຊຳລະສິນຄ້າຜ່ານເຄື່ອງຮູດບັດ EDC ຂອງ ທຄຕລ.

ເງື່ອນໄຂການໃຊ້ບໍລິການ

  • ຈະອອກບັດໃຫ້ລັດຖະກອນສົມບູນທີ່ປະຈຳການປົກກະຕິ, ສຳລັບລັດຖະກອນທີ່ກຳລັງຝຶກງານ ແລະ ລັດຖະກອນທີ່ບໍ່ໄດ້ປະຈຳການປົກກະຕິ ພາຍຫຼັງໄດ້ຮັບການເລື່ອນເປັນລັດຖະກອນສົມບູນ ແລະ ກັບມາປະຈຳການປົກກະຕິ ກະຊວງພາຍໃນ, ຈຶ່ງຈະພິຈາລະນາອອກບັດໃຫ້ພາຍຫຼັງ.
  • ຄ່າທໍານຽມອອກບັດ 85,000 ກີບ/ບັດ (ທຄຕລ ເກັບ 30,000 ແລະ ກະຊວງພາຍໃນເກັບ 55,000)
  • ຄ່າທໍານຽມລາຍເດືອນ 2,000 ກີບ/ເດືອນ.